วันจันทร์ที่ 22 สิงหาคม พ.ศ. 2559

ການໃຊ້ຄີບອດແບບລັດທາງ windows 8




1.   Windows  ເປັນການສະຫຼັບໄປມາລະຫວ່າງ Start ກັບ Desktop
2.   Windows + (1,2,3,………..) ເປັນໂປຣແກຣມທີ່ຢູ່ເທິງ Taskbar ຕາມທີ່ລຽງລຳດັບໄວ້
3.   Windows + Charms bar
4.   Windows + D  ເປີດທີ່ໜ້າ Desktop ໂດຍຫຍໍ້ໂປຣແກຣມທີ່ຄ້າງໄວ້
5.   Windows + E ໄປທີ່ Desktop ແລະ ເປີດ file explorer (My computer)
6.   Windows + F ຄົ້ນຫາເອກະສານຕ່າງທີ່ຢູ່ໃນຄອມພິວເຕີ
7.   Windows + H ເປີດ Share panel
8.   Windows + I  ແມ່ນເປີດ setting panel (ແຖບຕັ້ງຄ່າ)
9.   Windows + K  ແມ່ນເປີດ device panel
10. Windows + L  ແມ່ນເປີດ lock screen
11. Windows + O  ແມ່ນເປີດ ຄຳສັ່ງລວງຕັ້ງລວງນອນ ສະເພາະ ແທັບເລັດ
12. Windows + P  ແມ່ນເປີດ ເລືອກການສະແດງຜົນສຳລັບການຕໍ່ກັບຈໍພາບພາຍນອກ
13. Windows + Q  ແມ່ນການຄົ້ນຫາໂປຣແກຣມຕ່າງໆ
14. Windows + R   ແມ່ນເປີດຄຳສັ່ງ run
15. Windows + U  ໄປທີ່ໜ້າຈໍ ແລ້ວເປີດ Ease of Access center
16. Windows + W ຄົ້ນຫາການຕັ້ງຄ່າ
17. Windows + X   ແມ່ນເປີດ System menu
18. Windows + Z  ແມ່ນເປີດ bar ຂອງ start screen
19. Windows + tab ແມ່ນການສະແດງໂປຣແກຣມທີ່ຄ້າງໄວ້
20. Windows + F1  ຊ່ວຍເຫຼືອ
ຕໍ່ໄປນີ້ແມ່ນຂັ້ນຕອນໃນການລົງວິນໂດ 8 ແບບລະອຽດ ຊຶ່ງມີດັ່ງນີ້:
1. ຂັ້ນຕອນທຳອິດ ເອົາແຜ່ນ DVD ໃສ່ໃນ DVD-Rom ຈາກນັ້ນໃຫ້ Boot ຄອມພິວເຕີໃໝ່
   - ຖ້າວ່າເຮົາຕ້ອງການປັບຄອມພິວເຕີຂອງເຮົາ Boot DVD ທຳອິດ ໂດຍສາມາດເຂົ້າໄປປັບໃນ BIOS ຫຼື ວ່າຈະກົດ F12/F10 ຕອນ boot ຈາກນັ້ນໃຫ້ເລືອກ Boot ຈາກ DVD ທຳອິດ
2. ເມື່ອມີຂໍ້ຄວາມຂື້ນມາວ່າ: Press Any key to boot from CD or DVD...ໃຫ້ກົດ Enter 1 ເທື່ອ
3. ເຮົາຈະເຫັນ Logo Windows 8.1
4. ຈາກນັ້ນໃຫ້ເລືອກຕາມຮູບພາບ
Language to install : English
Time and Currency format : English
Keyboard or input method : US
5. ກົດ Install Now
6. ເລືອກ I accept the license terms
7. ເລືອກ Custom : install windows only
8.  ຂັ້ນຕອນນີ້້ແບ່ງອອກເປັນ 2 ວິທີຄື:
ວິທີໜຶ່ງຄື:     ຄອມພິວເຕີໃໝ່ຍັງບໍ່ທັນມີລະບົບ OS: ໃຫ້ແບ່ງ partitions ຂອງ DISK (ຊ່ອງຂອງ Disk) ກ່ອນ ໂດຍການກົດ New ແລ້ວເລືອກຈໍານວນ Drive C: ທີ່ເຮົາຕ້ອງການ.
ຕົວຢ່າງ: 1 GB = 1024 MB
ຖ້າເຮົາຕ້ອງການ 100 GB ກໍ່ໃຫ້ໃສ່ໄປ 1024 x 100 = 102400 MB
ວິທີທີ່ສອງຄື: ກໍລະນີເຮົາຈະລົງ windows ໃໝ່ ຊຶ່ງມີ Windows ເກົ່າທີ່ລົງຢູ່ແລ້ວ: ໃຫ້ເຮົາເລືອກທີ່ຊ່ອງ Drive C ຫຼື Disk C ທີ່ເປັນ OS ຫຼື ວ່າເປັນຊ່ອງຂໍ້ມູນຂອງລະບົບນັ້ນເອງ ຈາກນັ້ນກົດ Format ແລ້ວກົດ Next
9. ຈາກນັ້ນໃຫ້ລໍຖ້າການຕິດຕັ້ງ Windows 8.1
ເມື່ອສໍາເລັດຂັ້ນຕອນນີ້ ຄອມພິວເຕີຈະເລີ່ມຕົ້ນໃໝ່ອັດຕະໂນມັດອີກ 1 ຄັ້ງ ໂດຍເຮົາບໍ່ຕ້ອງກົດປຸ່ມ ປະໄວ້ໃຫ້ມັນຜ່ານໄປຂັ້ນຕອນທີ 10 ເລີຍ
10. ເລືອກສີພາບພື້ນຫຼັງທີ່ຕ້ອງການ ແລະ ຊື່ຂອງລະບົບ (PC Name)
11. ກົດ Use Express Settings
12. ໃນຂໍ້ນີ້
ກໍລະນີຄອມພິວເຕີບໍ່ມີອິນເຕີເນັດ ຕອນຕິດຕັ້ງ ໃຫ້ກົດ: Create a local account
ກໍລະນີຄອມພິວເຕີມີອິນເຕີເນັດເມື່ອຕອນຕິດຕັ້ງໃຫ້ກົດ: Sign in ດ້ວຍ Account Microsoft
13. ຖ້າຄອມພິວເຕີບໍ່ມີອິນເຕີເນັດກໍ່ຈະຕັ້ງແບບພາບຂ້າງລຸ່ມນີ້:  Create a local account ຈາກນັ້ນໃຫ້ກົດໃສ່  ແລ້ວພິມ Username / Password ໃສ່.
14.  ຈາກນັ້ນໃຫ້ຖ້າບໍ່ເກີນ 1 ນາທີ ລະບົບຈະ  Run Wizard Windows 8.1 ໃຫ້ ແລະ ລະບົບຈະເຂົ້າສູ່ໜ້າຈໍຂອງ  Modern UI Windows 8.1
15.  ກໍ່ຖືວ່າສໍາເລັດການຕິດຕັ້ງ Windows 8.1
ຂອບໃຈບົດຮຽນຈາກ: ໄອທີໄທ.ຄອມ
ການຕັ້ງ Confirm ໃນການລົບໄຟຕ່າງໆໃນ Windows 8/ Windows 8.1/ Windows 10
1. ຄຣິກຂວາທີ່ Recycle Bin >ແລ້ວເລືອກ Properties
2. ຈາກນັ້ນໃຫ້ເລືອກ Display delete Confirmation dialog >  ແລ້ວກົດ OK
3. ຈາກນັ້ນໃຫ້ລອງທົດສອບລົບຟຣາຍເອກະສານ ຈະພົບວ່າ ເມື່ອເຮົາຈະລົບ ຈະມີ popup ຂື້ນວ່າ Confirm ວ່າເຮົາຕ້ອງການລົບຟຣາຍນັ້ນຫຼືບໍ່
ແຫ່ຼງທີ່ມາ: ໄອທີໄທ.
ການໃຊ້ໂປຣແກຣມແປງຟຣາຍ format Factory
ວິທີແປງຟຣາຍ format factory
1.   ດາວໂຫລດໂປຣແກຣມມາລົງ>ຈາກນັ້ນກໍ່ລົງໂປຣ ແລະ ເປີດໂປຣແກຣມຂື້ນມາ
2. ການເປີດໂປຣແກຣມຂື້ນມາ ຈະເຫັນຮຼບເມນູຫລັກໆຄື: Video, Audio ຖ້າເຮົາຕ້ອງການແປງຟຣາຍໃດໃຫ້ເລືອກຫົວຂໍ້ນັ້ນໆ ເຊັ່ນຕົວຢ່າງ ຖ້າເຮົາຕ້ອງການແປງຟຣາຍ Video ເຮົາກໍ່ເລືອກຫົວຂໍ້ Video
3. ເມື່ອເຮົາຢູ່ໃນຫົວຂໍ້ Video ໃຫ້ເຮົາຄຣິກທີ່ໄອຄ໊ອນວ່າ ຈະເລືອກ ແປງຟຣາຍໄປເປັນນາມສະກຸນ  All to MP4 , All to AVI  ໃຫ້ເຮົາຄຣິກທີ່ໄອຄ໋ອນທີ່ເຮົາຈະແປງຟຣາຍ ຈະມີໜ້າຕ່າງຂື້ນມາ
4. ໃຫ້ກົດ add file ເປັນການເລືອກຟຣາຍທີ່ເຮົາຈະແປງເຂົ້າມາໃນໂປຣແກຣມ
OutPut Folder : ເປັນ folder ບ່ອນເກັບຟຣາຍທາງເມື່ອເຮົາຕ້ອງການປ່ຽນແປງຟຣາຍສໍາເລັດຮຽບຮ້ອຍ.
ເມື່ອຮຽບຮ້ອຍກໍ່ໃຫ້ກົດ OK
5. ຈາກນັ້ນໃຫ້ເຮົາຄຣິກຟຣາຍທີ່ເຮົາຈະແປງຈາກນັ້ນກໍ່ໃຫ້ເລືອກກົດ Start
6. ຈາກນັ້ນກໍ່ໃຫ້ລໍຖ້າຈົນສໍາເລັດ
ຕິດຕັ້ງ windows ບໍ່ໄດ້ Error: Windows cannot be installed to this disk
ການແກ້ໄຂລົງ windows ໃນຄອມພິວເຕີບໍ່ໄດ້
ສໍາຫລັບທ່ານທີ່ກໍາລັງລົງ Windows ຕ່າງທໃນຄອມພິວເຕີ ແຕ່ຕອນທີ່ເຮົາລົງ windows ນັ້ນບໍ່ສາມາດລົງໄດ້ ແຕ່ເຮົາຈະພົບກັບ Error:
“Windows cannot be installed to this disk. the selected disk has an MBR partition table. On EFI system, Windows can only be installed to GPT disks.” 
ເຮົາຈະມີວິທີແກ້ໄຂດັ່ງນີ້:
ວິທີແກ້ໄຂ Windows cannot be installed to this disk. the selected disk has an MBR partition table
1.   ໃຫ້ເຮົາ Restart ຄອມພິວເຕີ ຈາກນັ້ນໃຫ້ກົດປຸ່ມ F10 ຫຼື ປຸ່ມ “Delete” ເທິງຄີບອດຂອງເຮົາ (keyboard)
2.   ຈາກນັ້ນໄປທີ່ Storage => Boot order =>ໃຫ້ປິດ Disable EFI boot Source.
3.   ບັນທຶກ (save) ໂດຍເລືອກ file => Save Changes => Exit
4.   ການຕິດຕັ້ງ Windows ແບບເກົ່າ ເຮົາກໍ່ສາມາດຕິດຕັ້ງ Windows ໄດ້ແລ້ວ
ຖ້າຂື້ນຄໍາວ່າ NTLDR is missing Press Ctrl+Alt+Del to restart
ສາເຫດເກີດມາຈາກຟຣາຍບູດເສຍ Windows ບໍ່ສົມບູນ Windows ຈະພະຍາຍາມສ້ອມແປງຟຣາຍແຕ່ບໍ່ປະສົບຜົນສໍາເລັດ   ຟຣາຍ ntldr.exe ເປັນຟຣາຍທີ່ສໍາຄັນໂຕໜຶ່ງໃນການເລີ່ມທໍາງານຂອງ Windows Xp ເມື່ອມັນສູນເສຍໄປ ກໍ່ຈະພົບກັບຂໍ້ຄວາມ NTLDR is Missing.
ຖ້າຂື້ນຄໍາວ່າ:  a disk read error occurred press ctrl+alt+del to restart
ໃຫ້ກວດສອບເບິ່ງສາຍໄຟ, ສາຍແພ ຫລື ລອງສະຫຼັບເຄື່ອງ ໃຊ້ຄໍາສັ່ງເຊັກ HDD ເພາະຫລາຍໆທີ່ມາຈາກສາເຫດເຫລົ່ານີ້ ບັນຫາຫລັກມາຈາກຮາດດິສ ຖ້າຍັງບໍ່ເຊົາຕ້ອງໄດ້ Format ຮາດດິສ
ແກ້ບັນຫາ USB ເປີດໃຊ້ງານບໍ່ໄດ້
ເມື່ອ USB ເຮົາມີບັນຫາ ເມື່ອເຮົາ format ກໍ່ມີຂໍ້ຄວາມຟ້ອງຂື້ນມາວ່າ:  ” windows was unable to complete the format ” ປະມານນີ້ ເພື່ອແກ້ໄຂບັນຫາດັ່ງກ່າວ ເຮົາມາເຮັດຕາມຂັ້ນຕອນດັ່ງນີ້:
1.
ສຽບ USB ເຂົ້າໄປ
2.
ໃນໜ້າ windows explorer ໃຫ້ຄຣິກຂວາທີ່ My computer ແລະ ກົດເຂົ້າໄປທີ່ Manage
3.
ໃນໜ້າຕ່າງຟາກຊ້າຍມືຈະເຫັນຫົວຂໍໍ້ Storage ໃຫ້ຄຣິກທີ່ Disk Management
4.
ສັງເກດທີ່ໜ້າຕ່າງທາງເບື້ອງຂວາມືຈະເຫັນ USB ທີ່ສຽບຂື້ນເປັນ Disk n (ອາດເປັນເລກ 1, 2, 3 ຕາມແຕ່ລະຈໍານວນ Disk ໃນເຄື່ອງ) ໃຫ້ເບິ່ງຄໍາເວົ້າຂ້າງລຸ່ມຈະຂຽນຄໍາວ່າ:  Removable
5.
ໃນຂັ້ນຕອນນີ້ເປັນຂັ້ນຕອນທີ່ສໍາຄັນ ຫາກເຮົາເຫັນວ່າຊ່ອງທາງເບື້ອງຂວາມືຂອງ Disk ເປັນ Flash drive ຂອງເຮົາຂຽນວ່າ Unallocated ໃຫ້ຄຣິກຂວາ Unallocated ນັ້ນ ແລະ ເລືອກ New Partition ຕອບ OK
6.
ໃຫ້ລໍຖ້າຈົນກວ່າຈະ format ສໍາເລັດກໍ່ຈະໃຫ້ງານ Flash Drive ໄດ້ອີກ.

ຂໍຂອບໃຈບົດຮຽນ ຈາກເວັບໄຊ: http://group.wunjun.com/zoneitzeed/topic/3130-28
1.  ການທຳງານຂອງ HDD ຊ້າລົງ
ສາເຫດ: ໄຟຂໍ້ມູນທີ່ເກັບຢູ່ໃນຮາດດິດຈະຢູ່ກະຈາຍ
ການແກ້ໄຂ: ກວດສອບສ່ວນຂໍ້ມູນທີ່ເສຍໄປໂດຍການຣັນໂປຣມ Disk Defrag ເພື່ອຈະຣັນໂປຣແກຣມ Disk Defragmenter ຈາກເດສທ໋ອບຂອງ Windows ໃຫ້ ຄຣິກປຸ່ມ Start ແລ້ວຊີ້ໄປທີ່ Programs ຈາກນັ້ນໄປທີ່ Accessories ແລ້ວຄຣິກທີ່ System Tools ທ້າຍສຸດໃຫ້ຄຣິກທີ່ Disk Defragmenter.
1.   ພົບ Drive ຂອງ HDD ແຕ່ເຂົ້າບໍ່ໄດ້
ສາເຫດ 1 : ເປັນ Partition ຊະນິດທີ່ລະບົບປະຕິບັດການບໍ່ຮູ້ຈັກ
ວິທີແກ້ໄຂ: ເຮົາຕ້ອງ Copy ຂໍ້ມູນທີ່ເຮົາຕ້ອງການມາໄວ້ທີ່ອີກ Partition ທີ່ໃຊ້ໄດ້ ຫຼື ບົບ Partition ຖີ້ມແລ້ວສ້າງໃໝ່.
ສາເຫດ 2: ຍັງບໍ່ໄດ້ Format
ວິທີແກ້ໄຂ: ຫຼັງຈາກແບ່ງ Partition ແລ້ວ HDD ບາງຊ່ອງຈະເຂົ້າບໍ່ໄດ້ ເຮົາສາມາດດັບເບີ້ນຄຣິກແລ້ວທຳການ Format ໄດ້ເລີຍ ກໍ່ສາມາດເຂົ້າໄດ້ເລີຍ.
ສາເຫດ3: Partition ເສຍ.
ບາງຄັ້ງເຄື່ອງເຮົາອາດຕິດໄວຣັສ, ເຄື່ອງແຮງຫຼືໂປຣແກຣມຕ່າງໆທຳງານຜິດພາດເຮັດ ໃຫ້ຂໍ້ມູນໃນສ່ວນ Partition ຖືກແກ້ໄຂແລະຂໍ້ມູນບາງສ່ວນເສຍໄປດ້ວຍ ການກູ້ຂໍ້ມູນ ອາດໃຊ້ໂປຣແກຣມ Disk Utility ຕ່າງໆ ທີ່ມີໂປແກຣມຊ່ວຍກູ້ຂໍ້ມູນ ແລະ ທາງທີ່ດີ ເຮົາຄວນລົງໂປຣແກຣມທີ່ຈະຊ່ວຍ Backup ຂໍ້ມູນເຊັ່ນ: Norton Ghost ຊຶ່ງໂປຣ ແກຣມຈະລວບລວມຂໍ້ມູນທີ່ສຳຄັນຕ່າງໆໃນ HDDແລ້ວສຳຮອງໄວ້ເວລາທີ່ Partition ມີບັນຫາ.
1.   ຫຼອດໄຟ Drive ຮາດດິດຮຸ່ງຕະຫອດເວລາ
ສາເຫດ1: ເກີດ Bad Sector
ວິທີແກ້: ເມື່ອຮາດດິດກຳລັງພະຍາຍາມອ່ານພື້ນທີ່ທີ່ບໍ່ສາມາດເກັບຂໍ້ມູນໄດ້ (Bad Sector) ຈະໃຊ້ເວລາໃນການອ່ານດົນຂະນະທີ່ເຄື່ອງກຳລັງການຕອບສະໜອງຈາກ HDD ນັ້ນໄຟຮາດດິດກໍ່ຈະຮຸ່ງຕະຫຼອດຊຶ່ງເຮົາສາມາດກວດສອບວ່າມີ Bad Sector ຫຼືບໍ່ໂດຍໃຊ້ໂປຣແກຣມປະເພດ Disk Utility ກວດເຊັ່ນ: Norton Utility ເປັນຕົ້ນ.
ສາເຫດ2: ຕໍ່ສາຍໄຟ LED ສະລັບຂົ້ວ.
ວິທີແກ້: ບາງເມນບອດຖ້າຫາກສຽບສາຍຕໍ່ໄຟ LED ສະຫຼັບຂົ້ວຈະເຮັດໃຫ້ LED ຮຸ່ງຂະນະທີ່ຮາດດິດບໍ່ໄດ້ທຳງານ ແຕ່ດັບຂະນະທີ່ຮາດດິດທຳງານ ໃນຂະນະທີ່ຮາດດິດ ບໍ່ທຳງານໄຟ LED ຈະຕິດຄ້າງຢູ່ສາມາດແກ້ໄຂໂດຍການເປີດຟາ Case ອອກແລ້ວ ສຽບສາຍ LED ຮາດດິດໃໝ່ໃຫ້ຖືກທາງ.
1.   ເຄື່ອງຄອມເຫັນຮາດດິດແດ່ ບາງຄັ້ງກໍ່ບໍ່ເຫັນ.
ສາເຫດ: ສາຍໄຟທີເຂົ້າໄປລ້ຽງຮາດດິດຫຼວມ
ວິທີແກ້: ສາຍໄຟຮາດດິດອາດຫຼວມບາງຂົ້ວຕໍ່ ເຖິງແມ່ນວ່າເຮົາຈະສຽບແໜ້ນກໍ່ຕາມ ອາດລອງແກ້ດ້ວຍການນຳເອົາຄີມບີບໜ້າສຳຜັດຂອງສາຍຈ່າຍໄຟລ້ຽງໃຫ້ແຄບເຂົ້າ ເພື່ອໃຫ້ທຸກຂົ້ວສຳຜັດດີ.
ສຳລັບວິທີນີ້ໃຊ້ກັບ Windows Xp pro ເທົ່ານັ້ນສາມາດເຮັດໄດ້ດັ່ງນີ້ິ້:
1.   ຄຣິກປຸ່ມ Start> Run (Windows + R)
2.   ພິມຄຳສັ່ງ cmd ຈາກນັ້ນ OK
3.   ຫຼັງຈາກນັ້ນມັນຈະປະກົດໜ້າຕ່າງສີດຳ (ຈະປະກົດ) c:\Documents and Settings\\{ຊື່ເຄື່ອງຄອມພິວເຕີຂອງເຮົາ}>) ຈາກນັ້ນ ພິມຄຳສັ່ງ systeminfo ແລ້ວ ກົດປຸ່ມ Enter.
4.   ແລ້ວໃຫ້ເບີ່ງທີ່ System Uptime ຈະມີລາຍລະອຽດ

ເຊື່ອງທຸກ Drive ເພື່ອບໍ່ໃຫ້ຜູ້ອຶ່ນສາມາດເບີ່ງເຫັນໃນ Windows XP.
ຫາກວ່າເຄື່ອງຄອມພິວເຕີທີ່ທ່ານໃຊ້ຢູ່ມີຄົນໃຊ້ງານຫຼາຍ ແລ້ວຢ້ານວ່າຈະມີໃຜມາເປີດ ເບີ່ງຂໍ້ມູນສຳຄັນ ທ່ານສາມາດກຳນົດຂະໜາດພື້ນທີ່ໃນການເຂົ້າເຖິງຂໍ້ມູນເອົາໄວ້ຜູ້ໃຊ້ງານທົ່ວ ໄປຈະບໍ່ສາມາດເຂົ້າມາເບີ່ງຂໍ້ມູນຂອງເຮົາໄດ້ ຊື່ງມີວິທີເຮັດດັ່ງນີ້:
1.   ຄຣິກປຸ່ມ Start> Run
2.   ພິມຄຳວ່າ GEPEDIT.MSC ລົງໄປແລ້ວຄຣິກ OK
3.   ເຂົ້າໄປທີ່ User Configuration > Administrative Templates > Windows Components > Windows Explorer
4.   ແລ້ວດັບເບີ້ນຄຣິກທີ່ Hide these specified drives in My Computer ຢູ່ເບື້ອງຂວາມື.
5.   ຈາກນັ້ນຄຣິກຕົວເລືອກ Enabled ແລ້ວເລືອກວ່າຈະເຊື່ອງ Drive ໂຕໃດແນ່ ແລ້ວກໍ່ຄຣິກ OK ພຽງເທົ່ານີ້ກໍ່ບໍ່ມີໃຜສາມາດເບີ່ງ Drive ຂອງເຮົາໄດ້.
ບັນຫາ​ຂອງ Ram ທີ່​ມັກ​ພົບ​ຢູ່​ຕະຫຼອດ
ມີ​ສຽງຮ້ອງຫຼັງຈາກ​ເປີດ​ເຄື່ອງ ແລະ ບໍ່ມີ​ພາບ​ມີ​ສາ​ເຫດ​ດັ່ງນີ້:
·         ສຽບ Ram ບໍ່​ແໜ້ນ.
ວິທີ​ແກ້​ໄຂ: ໃຫ້​ລອງ​ເປີດ​ຝາ Case ອອກ​ແລ້ວ​ໃຫ້​ສຽບ Ram ໃຫ້​ແໜ້ນ.
·         ເກີດ​ຈາກໜ້າສຳຜັດ​ຂອງ Ram ບໍ່​ແໜ້ນ.
ວິທີ​ແກ້​ໄຂ: ເປີດ​ຝາ​ເຄື່ອງ​ອອກ​ມາ​ແລ້ວ​ໃຫ້​ລອງ​ໃຫ້​ສຽບ​ໃໝ່ ຖ້າ​ຍັງ​ບໍ່​ໄດ້​ໃຫ້​ລອງ​ຖອດ Ram ອອກ​ມາ​ທຳ​ຄວາມ​ສະອາດໜ້າສຳ​ຜັດ ໂດຍ​ໃຊ້​ຢາງ​ລົບ​ດິນສໍ…….
·         ເກີດ​ຈາ​ກການສຽບ Ram ຜິດ​ແຖວ.
ວິທີ​ແກ້​ໄຂ: ເມນ​ບອດ​ບາງ​ລຸ້ນຕ້ອງ​ສຽບ Ram ໄລ່​ຈາກ​ແຖວ​ທີ 1 ຂື້ນ​ໄປ ໃຫ້​ລອງ​ນຳ Ram ມາສຽບທີ່ Slot ທີ່ 1 ແລະ ໄລ່​ລົງ​ໄປ​ໃນ​ກໍລະນີ Ram ຫຼາຍ​ແຖວ.
·         Ram ທີ່​ໃສ່​ໄປ​ບໍ່ກົງ​ກັບ​ຊະນິດ​ທີ່​ເມນ​ບອດ​ຮັບ​ໄດ້
ວິທີ​ແກ້​ໄຂ: ກວດ​ສອບ​ກັບ​ຄູ່​ມື​ເມນ​ບອດ​ວ່າ​ເປັນ​ຊະນິດທີ່​ຖືກຕ້ອງ ແລະ ຂະໜາດທີ່​ບໍ່​ເກີນ​ເມນ​ບອດ​ກຳໜົດ​ໃນ​ແຕ່ລະ​ແຖວ ຖ້າ​ບໍ່ຖືກ​ໃຫ້​ນຳ Ram ຊະນິດ​ທີ່​ຖືກຕ້ອງ​ມາ​ໃສ່.
·         ເກີດ​ຈາກ​ຄວາມ​ຜິດພາດ​ຂອງ​ຂະ​ບວນການ​ເຊັກ​ຕອນ​ເປີດ​ເຄື່ອງ​ຂອງ BIOS
ວິທີ​ແກ້​ໄຂ: ໃນ​ບາງ​ຄັ້ງຈະ​ຈົດ​ຈຳ​ການ​ຕິດຕັ້ງ Hardware ໃນ​ຕຳ​ແໜ່ງຕ່າງ​ໄວ້​ແລະ​ທຳ​ການ ກວດ​ເຊັກ​ທຸກ​ຄັ້ງທີ່​ເປີດ​ເຄື່ອງ ດັ່ງນັ້ນ, ເມື່ອ​ມີ​ການ​ປ່ຽນ​ແປງ ຫຼື ສະຫຼັບຕຳ​ແໜ່ງຂອງ Slot ທີ່ ສຽບອຸປະກອນ​ຕ່າງໆ ເຄື່ອງ​ອາດ​ຈະ​ເຊັກ​ວ່າ​ເກີດຄວາມ​ຜິດພາດ​ໄດ້ ໂດຍ​ທີ່​ຈິງ​ແລ້ວ​ບໍ່ມີ​ອຸປະ ກອນ​ໃດໆ​ເສຍ​ເລີຍ ແຕ່​ເພາະ​ເຄື່ອງ​ໄດ້​ຈົດ​ຈຳ​ຂໍ້​ມູນ​ຕຳ​ແໜ່ງຂອງ Slot ທີ່​ສຽບ Hardware ຕ່າງໆ​ໄວ້ ແຕ່​ຍັງ​ບໍ່​ໄດ້​ທຳ​ການ​ອັບ​ເດ​ດ ຫຼື ຣີ​ເຟສ (Refresh) ເຮັດ​ໃຫ້​ເມື່ອ​ເປີດ​ເຄື່ອງ​ແລ້ວ​ເຖິງ​ຂັ້ນຕອນ​ການກວດ​ສອບ​ເຄື່ອງ​ຈະ​ຟ້ອງ​ວ່າ Hardware ຜິດພາດ ວິທີ​ແກ້​ໄຂ​ຄື: ໃຫ້​ລອງ ສະຫຼັບ​ແຖວ​ຂອງ Ram ແລ້ວ​ລອງ​ເປີດ​ເຄື່ອງ​ໃໝ່​ເພື່ອ​ໃຫ້​ເຄື່ອງ​ຈົດ​ຈຳ​ຕຳ​ແໜ່ງ ຫຼື Reset BIOS ໂດຍ​ການ​ຖອດ​ຖ່ານ​ຂອງ BIOS ເມນ​ບອດ​ອອກ​ຄາວໜື່ງ ແລ້ວ​ກັບ​ເຂົ້າ​ໄປ​ໃໝ່ ຈາກ ນັ້ນ​ໃຫ້​ລອງ​ເປີດ​ເຄື່ອງ​ໃໝ່ອີກ​ຄັ້ງ.
·         Ram ເສຍ ຫຼື ເສື່ອ​ມຄຸນ​ນະພາ​ບ
ວິທີ​ແກ້​ໄຂ: ໃຫ້​ລອງ​ນຳ Ram ໂຕ​ອື່ນ​ທີ່​ໃຊ້​ໄດ້​ມາສຽບ​ແທນ​ໃນ​ຊ່ອງ​ດຽວກັນ (Slot) ຖ້າ​ຫາກ​ວ່າ​ໃຊ້​ໄດ້​ສະ​ແດງ​ວ່າ Ram ເສຍ​ຖ້າ​ເກີດ​ກໍລະນີ​ນີ້ກໍ່ຕ້ອງ​ຊື່​ປ່ຽນ​ໃໝ່ຢ່າງ​ດຽວ.
ເປີດ​ເຄື່ອງ​ແລ້ວ​ແຕ່ TEST Memory (Ram) ບໍ່ຜ່ານ​ມີ​ສາ​ເຫດ​ດັ່ງນີ້:
·         Slot ທີ່​ສຽບ Ram ຫຼື ເສື່ອ​ມຄຸນ​ນະພາ​ບ
ວິທີ​ແກ້​ໄຂ: ເປັນ​ໄປ​ໄດ້​ທີ່​ເມື່ອ​ໃຊ້​ໄປ​ແລ້​ວ ສະລ໋ອດສຽບ Ram ເສື່ອ​ມຄຸນ​ນະພາ​ບ​ໃຫ້​ລອງ​ຍ້າຍ Ram ໄປ​ໃສ່​ໃນ​ສະລ໋ອດອື່ນ​ແລ້ວ​ລອງ​ບູດ​ເຄື່ອງ​ໃໝ່.
·         Ram ເສຍຫຼື ເສື່ອ​ມຄຸນ​ນະພາ​ບ (ຄື​ກັບ​ຂໍ້​ເທິງ)
ວິທີ​ແກ້​ໄຂ: ໃຫ້​ລອງ​ນຳ​ເອົາ Ram ໂຕ​ອຶ່ນມາສຽບ​ແທນ​ໃນ​ຊ່ອງ​ດຽວກັນ ຖ້າ​ຜ່ານ​ສະ​ແດງ​ວ່າ Ram ເສຍ​ກໍ່ຕ້ອງ​ຊື້ມາ​ປ່ຽນ​ໃໝ່.
ໃຊ້​ແລ້ວ​ເຄື່ອງ​ແຮງ​ງ່າຍໆມີ​ສາ​ເຫດ​ດັ່ງນີ້:
·         ອາດ​ເກີດ​ຈາກ​ການ​ຕັ້ງຄ່າ​ຄວາ​ມຖີ່​ໃຫ້​ກັບ Ram ບໍ່ຖືກຕ້ອງ.
ວິທີ​ແກ້​ໄຂ: ໃຫ້​ເບິ່ງ​ສະ​ເປັກ​(Spec) ຂອງ Ram ສາມາດ​ທຳ​ງານ​ໃນ​ຄວາມ​ທີ່​ເທົ່າ​ໃດ ແລະ ໃຫ້​ຕັ້ງ​ໃຫ້​ຖືກຕ້ອງ​ໂດຍ​ເຊັກ​ທີ່ BIOS ຫຼື ເມນ​ບອດ​ບາງ​ລຸ້ນ​ເຊັກ​ທີ່ Jumper ທີ່ຢູ່​ເທິງ​ເມນ​ບອດ ໂດຍ​ສາມາດ​ເບິ່ງ​ລາຍ​ລະອຽດຈາກ​ຄູ່​ມື​ຂອງ​ເມນ​ບອດ​ນັ້ນໆ​ໄດ້.
·         ເກີດ​ຈາ​ການ​ຕັ້ງຄ່າ​ການໜ່ວງ​ເວລາ (Wait State) ບໍ່ຖືກຕ້ອງ
ວິທີ​ແກ້​ໄຂ: ກັບ​ໄປ​ຕັ້ງຄ່າ​ໃຫ້​ຖືກຕ້ອງ​ຄື​ເກົ່າ ຫຼື ຕັ້ງຄ່າ​ເປັນ​ແບບ By SPD ຈະ​ສະດວກ​ທີ່​ສຸດ.
·         ເກີດ​ຈາ​ການ​ເລືອກ​ຄຸນສົມບັດ​ພິ​ເສດ ເຊັ່ນ: Fast page, EDO ບໍ່ຖືກຕ້ອງ.
ວິທີ​ແກ້​ໄຂ: ຄວນ​ສຶກສາ​ຄຸນສົມບັດ​ພິ​ເສດ​ຕ່າງໆ ໃຫ້​ເຂົ້າ​ໃຈ​ລະອຽດກ່ອນ​ທີ່​ຈະ​ເລືອກ​ໃຊ້​ຄຸນ ສົມບັດ​ນັ້ນໆ ຖ້າ​ບໍ່​ແນ່​ໃຈ​ໃຫ້​ກັບ​ໄປ​ທີ່ Load Default Setup or Disable ເພາະ​ຖ້າ​ເລືອກ​ໃຊ້​ຄຸນສົມບັດ​ພິ​ເສດ ໂດຍ​ທີ່ Ram ໂຕນັ້ນບໍ່ຮອງ​ຮັບ ກໍ່ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຜິດພາດ​ໃນ​ການ​ທຳ​ງານ​ໄດ້.
·         ເກີດ​ຈາກ chip Ram ຮ້ອນ​ເກີນ​ໄປ
ວິທີ​ແກ້​ໄຂ: ໃນ​ກໍລະນີ​ທີ່​ບາງ​ຄັ້ງ Ram ທຳ​ງານໜັກ ແລະ ເກີດອາການ​ຮ້ອນ​ເກີນ​ໄປ​ຈະ​ເຮັດ​ໃຫ້​ເກີດ​ການ​ທຳ​ງານ​ຜິດພາດ​ໄດ້ ດັ່ງນັ້ນຖ້າ​ຕ້ອງການ​ສະຖຽນລະ​ພາບ​ໃນ​ການ​ທຳ​ງານ​ໃຫ້ຫຼາຍ ຂື້ນ ເຮົາ​ຄວນ​ປັບປຸງລະບົບ​ຄອມ​ພິວ​ເຕີ​ໄວ້​ໃນ​ທີ່​ມີອາກາດ​ຖ່າຍ​ເທ​ໄດ້​ສະດວກຫຼືຫ້ອງ​ແອກໍ່ຈະ​ຍິ່ງ​ດີ.
·         ເກີດ​ອາການ​ຈາກ Ram ເສື່ອ​ມ
ວິທີ​ແກ້​ໄຂ: Ram ບາງ​ໂຕ​ທີ່​ໃຊ້​ງານ​ໄປ​ດົນໆ chip ບາງ​ໂຕ​ຂອງ Ram ອາດ​ເສື່ອ​ມ​ໄດ້​ໂດຍ ທີ່​ເຄື່ອງ​ຍັງ​ສາມາດ​ທຳ​ງານ​ໄດ້​ປົກກະຕິ ແຕ່​ເມື່ອ​ເຄື່ອງ​ໃຊ້​ງານ​ມາ​ເຖິງ​ຕຳ​ແໜ່ງທີ່​ເສື່ອ​ມ​ໃນ Ram ໂຕນັ້ນ ຈະ​ເຮັດ​ໃຫ້​ເກີດ​ອາການ​ຜິດພາດ​ໄດ້ ວິທີ​ແກ້​ໄຂ​ຄື ລອງ​ຖອດ Ram ໂຕ​ທີ່​ຄິດ​ວ່າ​ເສື່ອ​ມອອກ ແລ້ວ​ນຳ​ເອົາ Ram ໂຕ​ອຶ່ນທີ່​ດີ​ມາ​ໃສ່​ແທນ ແລະ ລອງ​ໃຊ້​ງານ​ເບີ່​ງ ຖ້າ​ໃຊ້​ງານ​ໄດ້​ປົກກະຕິ​ສະ​ແດງ​ວ່າ Ram ໂນນັ້ນ​ເສຍ ໃຫ້​ຊື້​ໂຕ​ອຶ່ນມາ​ປ່ຽນ
ຂະໜາດຂອງ Ram ເມື່ອ​ໃຊ້​ງານ​ນ້ອຍ​ກວ່າ​ຂະໜາດທີ່​ແທ້​ຈິງ​ມີ​ສາ​ເຫດ​ດັ່ງນີ້:
·         ສຽບ Ram ທີ່​ມີ​ຂະໜາດ​ເກີນ​ກວ່າ​ທີ່​ຊ່ອງ​ສຽບ Ram ນັ້ນຮັບ​ໄດ້
ວີ​ທີ​ແກ້​ໄຂ: ເມນບອດບາງໂຕອາດຈະກໍານົດຂະໜາດຂອງ Ram ສູງ​ສຸດຕໍ່​ແຖວ​ທີ່​ສຽບ​ໄດ້​ໃນ​ແຕ່​ລະ​ຊ່ອງ Slot ດັ່ງນັ້ນຄວນ​ອ່ານ​ຄູ່​ມື​ຂອງ​ເມນ​ບອດ​ກ່ອນ​ວ່າ Slot ໃດ​ສຽບ Ram ທີ່​ມີ​ຂະ ໜາດສູງ​ໄດ້​ເທົ່າ​ໃດ ເຊັ່ນ: ເມນ​ບອດ​ບາງ​ລຸ້ນ ຊ່ອງ​ສຽບ Ram ແຖວ​ທີ 1 ໃສ່ Ram ໄດ້​ສູງ​ສຸດ​ບໍ່​ເກີນ 128 Mb ຖ້າ​ເຮົາ​ນຳ Ram ຂະໜາດ​ແຖວ​ລະ 256 MB ມາ​ໃສ່​ເຄື່ອງ​ຈະ​ບໍ່ສາມາດ​ຮັບ​ໄດ້ ຫຼື ເບີ່​ງ​ເຫັນ​ແຕ່​ພຽງ 128 MB ເທົ່າ​ນັ້ນ.
·         ຂະໜາດຂອງ Ram ລວມທັງໝົດ​ເກີນ​ກວ່າ​ທີ່​ເມນ​ບອດ​ຈະ​ຮັບ​ໄດ້.
ວິທີ​ແກ້​ໄຂ: ເມນ​ບອດ​ທຸກ​ອັນ​ຈະ​ມີ​ຂະໜາດລວມຂອງ Ram ສູງ​ສຸດ​ທີ່​ເມນ​ບອດ​ຮັບ​ໄດ້​ບໍ່​ແມ່ນ​ວ່າ​ຈະ​ສາມາດ​ຊື້ Ram ມາ​ໃສ່​ເທົ່າ​ໃດ​ກໍ່​ໄດ້ ຄວນ​ອ່ານ​ຄູ່​ມື​ຂອງ​ເມນ​ບອດ​ລຸ້ນນັ້ນດ້ວຍ.
·         ບໍ່​ໄດ້​ຕັ້ງຄ່າ​ທີ່ BIOS ໃຫ້​ຖືກຕ້ອງ.
ວິທີ​ແກ້​ໄຂ: ຢູ່ BIOS ຈະ​ມີ​ເມ​ນູສຳ​ລັບ​ຕັ້ງຄ່າ​ຄວາມ​ໄວ​ຂອງ Ram ທີ່​ເຮົາ​ຕ້ອງການ​ໃຫ້​ເຮົາ​ໄປ​ປັບ​ຄ່າ​ໃຫ້​ຖືກຕ້ອງ​ຫຼື​ໃຫ້​ເລືອກ​ເປັນ Auto.
·         ບໍ່​ໄດ້​ເຊັກ​ຄ່າ Jumper ຢູ່​ເທິງ​ເມນ​ບອດ.
ວິທີ​ແກ້​ໄຂ: ເມນ​ບອດ​ບາງ​ລຸ້ນຈະ​ມີ​ການ​ເຊັກ​ຄວາມ​ຖີ່​ຂອງ Ram ທີ່ Jumper ເມນ​ບອດ້ວຍ ໃຫ້​ສຶກສາ​ແລະ​ເຊັກ​ຕາມ​ຄູ່​ມື​ເມນບອດ
ການ​ລົງ Windows ໃໝ່
·         ເປີດ​ເຄື່ອງສັ່ງ BIOS ໃຫ້ Boot ຈາກ CD or DVD (Boot ຈາກ CD or DVD ທໍາ​ອິດ) ຫຼັງຈາກ Save BIOS ແລ້ວ Exit ກົດ Enter ແລ້ວ​ເຄື່ອງ​ຈະ Restart.
·         ໃສ່​ແຜ່ນ Widows Xp ເຂົ້າ​ໄປ​ໃນ CD or DVD Rom Drive.
·         ແລ້ວ​ກໍ່ຈະ​ພົບ​ວ່າ press any key to boot from CD.. ໃຫ້​ກົດ Enter ເພື່ອ Boot ເຄື່ອງ Windows Xp.
·         ຈະ​ມີ​ການ Copy ໄຟ​ຂໍ້​ມູນ​ບາງ​ສ່ວນ​ໃຫ້​ທ່ານ​ລໍຖ້າ​ໄປ​ກ່ອນ.
·         ເມື່ອ​ພົບ Welcome to setup ໃຫ້ລີ່​ມຕິດຕັ້ງ​ໄດ້​ທັນ​ດີ​ໂດຍ​ກົດ​ປຸ່ມ Enter ເພື່ອ​ທໍາ​ຂັ້ນຕອນ​ຕໍ່​ໄປ.
·         ຈະ​ປະກົດ​ຂໍ້ຄວາມ​ກ່ຽວກັບ​ການ​ໃຊ້​ງານ windows Xp (ໜ້າຈໍ​ຂຽນວ່າ Windows Xp Licensing) ໃຫ້​ກົດ​ປຸ່ມ F8 ເພື່ອ​ຍອມຮັບລາຍ​ລະອຽດດັ່ງກ່າວ.
·         ພໍ​ມາ​ເຖິງ​ຂັ້ນຕອນ​ນີ້​ຈະເປັນ​ການ​ເລືອກ​ຕິດຕັ້ງ Windows Xp ລົງ​ໃນ Partition ໃດ ທ່ານ​ຈະ​ພົບ​ໃຫ້​ເລືອກ 3 ແບບ​ຄື:
·         ຕິດຕັ້ງ Partition ທີ່​ເລືອກ​ໄວ້​ໃຫ້​ກົດ Enter.
·         ສ້າງ partition ໃໝ່​ໃຫ້​ກົດ c
·         ລົບ partition ນັ້ນກົດ D.
·          
·         ຂ້າພະ​ເຈົ້າສົມມຸດ​ວ່າ​ທ່າ​ນຈະ​ເລືອກ​ລົງ​ໃນ partition ທີ່​ເລືອກ​ໄວ້​ຄື Drive C ໃຫ້​ກົດ Enter ເພື່ອ​ຕິດຕັ້ງທີ່ Drive C.
·         ເລືອກ​ລະບົບ​ໄຟ​ລ໌ທີ່​ຕ້ອງການ​ໂດຍ​ໃຫ້​ຄຣິກປຸ່ມ​ລອກ​ສອນຂື້ນລົງ ຫຼັງຈາກ​ນັ້ນ Enter.
·         ຈະ​ປະກົດໜ້າຕ່າງ​ໃຫ້ format (to continue and format the partition ,press Enter) ໃຫ້​ກົດ Enter.
·         Windows ຈະ​ເລີ່​ມ format.
·         ຫຼັງຈາກ Format ແລ້ວ ຈະ​ມີ​ການ copy ຂໍ້​ມູນ​ລົງ​ໃນ HDD.
·         ຫຼັງຈາກ​ນັ້ນຈະ​ປະກົດໜ້າຈໍ This partition of setup has completed……​ໃກ້​ກົດ​ປຸ່ມ Enter ເພື່ອ Restart ເຄື່ອງ.
·         ຫຼັງຈາກ Restart ເຄື່ອງ ຢ່າ​ກົດ​ປຸ່ມ​ໃດໆ ໃຫ້​ລໍຖ້າ​ຈົນ​ກວ່າ​ຈະ​ຂື້ນໜ້າຈໍ Windows XP Professional.
·         ຈະ​ເຫັນ Windows ກວດ​ສອບ​ຄ່າ​ຕ່າງໆ ພ້ອມ​ທັງ​ບອກ​ຂໍ້​ດີ​ຂອງ​ມັນ​ໄປ​ຕາມ​ເລື່ອງ
·         ໃຫ້​ລໍຖ້າ​ຈົນ​ກວ່າ​ຈະ​ປະກົດໜ້າຕ່າງ Regional and language Option ອອກມາ ຄຣິກທີ່​ແຖບ Customize .
·         ຄຣິກ​ແຖບ languages.
·         ຄຣິກໝາຍຖືກ​ທີ່​ຂໍ້ຄວາມ install files for complex scipt…. ແລ້ວ​ຕອບ OK ແລະ ຄຣິກໝາຍຖືກ​ທີ່ install files for East Asian language ແລ້ວ​ຕອບ OK.
·         ຈາກ​ນັ້ນ​ໃຫ້​ຄຣິກທີ່​ແຖບ Advanced.
·         ໃຫ້​ເລືອກ​ພາສາ​ໄທ ແລ້ວ​ກົດ Apply ເຄື່ອງ​ຈະ copy ໄຟ Font ພາສາ​ໄທ (ຂັ້ນຕອນ​ນີ້ຈະ​ປະກົດ​ຂື້ນມາ​ໃຫ້​ຖ້າໜ້ອຍໜຶ່ງ).
·         ຫຼັງຈາກ​ນັ້ນຄຣິກທີ່​ແຖບ Regional option ແລ້ວ​ເລືອກ​ໄທ location ເປັນ Thailand ແລ້ວ​ກໍ່ຄຣິ້ກ Next.
·         ຈະ​ປະກົດໜ້າຕ່າງ personalize Your software ໃຫ້​ທ່ານ​ຕັ້ງຊື່​ຕາມ​ໃຈ​ໃນ​ຊ່ອງ Organisation ແລ້ວຄຣິກ Next.
·         ກົດໝາຍ​ເລກ​ແຜ່ນ windows XP ຊຶ່ງ​ມີ 25 ໂຕ ຄຣິກ Next..
·         ໃສ່​ຊື່ Computer ຂອງ​ທ່ານ​ທີ່​ຊ່ອງ Computer Name.
·         ຕັ້ງ password ຫຼື ບໍ່ຕັ້ງກໍ່​ໄດ້​ຕາມ​ໃຈ ຄຣິກ Next..
·         ໃຫ້​ຕັ້ງວັນ​ທີ​ທີ່ Time zone ເລືອກ GMT +7 Bangkok,Hanoi,Jakata ຄຣີກ Next…
·         ເລືອກ​ການ​ຕິດຕັ້ງ​ແບບ Typical ແລ້ວຄຣິກ Next..
·         ໃສ່​ຂໍ້​ມູນ​ເຄື່ອຂ່າຍ​ຂອງ​ທ່ານ​ທີ່​ເຊື່ອ​ຕໍ່ກັບ​ເຄື່ອຂ່າຍ​ໂດຍ​ໃສ່​ຊື່​ເຄື່ອຂ່າຍ​ຂອງ​ທ່ານ ຖ້າ​ມີ Modem ມັນ​ກໍ່​ໃຫ້ Set ຄ່າ​ຕ່າງໆຢູ່ຫັ້ນ​ເລີຍ..
·         ຄຣິກ Next ແລ້ວ​ລໍຖ້າ​ຕໍ່​ໄປ ຈົນ​ເຄື່ອງ Restart ໃໝ່ ຢ່າ​ກົດ​ປຸ່ມ​ໃດໆ ໃຫ້​ລໍຖ້າ​ຈົນ​ກ່ວາ​ຈະ​ມີ logo Windows Xp professional ປະກົດ​ຂື້ນມາ.
·         ຖ້າ​ເຄື່ອງ​ຂອງ​ທ່ານ​ເປັນ VGA ON Board ມັນ​ກໍ່ຈະ​ປັບ​ຂະໜາດຈໍ​ພາບ​ຈົນ​ໃຫ້​ທ່ານ​ເບິ່ງ​ໄດ້​ຊັດ​ເຈນ​ແລ້ວ​ກົດ OK
·         ຈະ​ປະກົດໜ້າຈໍ Welcome to……….​ໃຫ້​ຄຣິກ Next..
·         ຫາກ​ທ່ານ​ຕໍ່ internet ມັນ​ຈະ​ໃຫ້​ເຊື່ອມ internet ເພື່ອ Update ແນະ​ນໍາ​ວ່າ​ໃຫ້​ທ່ານ​ຂ້າມ​ຂັ້ນຕອນ​ນີ້​ໄປ​ເລີຍ​ໂດຍຄຣິກທີ່ skip..
·         ຈະ​ປະກົດໜ້າຈໍ ready to register with …..​ໃຫ້​ເລືອກ No, not this time.. ຄຣິກ Next..
·         ຄຣິກ Finish ເປັນອັນ​ສໍາ​ເລັດ..
·         ຈະ​ປະກົດໜ້າຈໍ who will use this computer? ໃຫ້​ໃສ່​ຊື່​ຜູ້​ໃຊ້​ຈະ​ມີ 5 ຊື່ ຄຣິກ Next ແລ້​ວຄຣິກ Finish ເປັນອັນ​ສໍາ​ເລັດ

ຄີລັດ​ຂອງ Windows

##  ຄີລັດຂອງ Windows
​CTRL + A = ​ເລືອກ​ທັງໝົ​ດ
CTRL + C = COPY ​ໄຟ​ຂໍ້ຄວາມ​ທີ່​ເລືອກ
CTRL + V = PAST ​ໄຟ​ຂໍ້ຄວາມ​ທີ່​ເລືອກ
CTRL + X = CUT ​ໄຟ​ຂໍ​ຄວາ​ມີ່​ເລືອກ
​CTRL + Z = ຍົກ​ເລີກ​ຄຳ​ສັງ​ທີ່​ຜ່ານ​ມາ
ປຸ່ມ Windows ຢູ່​ກາງ​ລະຫວ່າງ CTRL ​ແລະ ALT.
Windows = ສະ​ແດງ start menu
Windows + D = minize ໜ້າຕ່າງ​ໂປຣ​ແກ​ຣທັງໜ້າຈໍ
Windows + E = ​ເປີດ ​windows explorer
Windows + F1 = Help ທໍາ​ງານ
Windows + R = ​ເປີດໜ້າຕ່າງ Run
Windows + Pause Break = ​ເປີດໜ້າຕ່າງ System properties
Windows + Shift + M = Maximize = ໜ້າຕ່າງ​ໂປຣ​ແກຣມທັງໝົດ
## ການ​​ເຊື່ອງ Control Panel
​     ໃຫ້​ເຂົ້າ​ໄປ​ທີ່  HKEY_CURRENT_USER\Software\Microsoft\Windows\ CurrentVersion \Policies\Explorer ​ແລ້ວ​ຄຣິກຂວາ​ເລືອກ NEW>>DWORD VALUE ​ແລ້ວ​ສ້າງ​ຊື່ວ່າ NoControlPanel ຈາກ​ນັ້ນ​ໃສ່​ຄ່າ VALUE DATA ​ເປັນ 1.


ไม่มีความคิดเห็น:

แสดงความคิดเห็น