วันพฤหัสบดีที่ 15 กันยายน พ.ศ. 2559

ວິທີຕິດຕັ້ງແປ້ນພິມພາສາລາວ Souliyo Key ສຳລັບ Mac OS X

ວິທີຕິດຕັ້ງແປ້ນພິມພາສາລາວ Souliyo Key ສຳລັບ Mac OS X

ເນື່ອງຈາກມີໂອກາດໄດ້ມາໃຊ້ Mac OS X ໄດ້ໄລຍະນຶ່ງແລ້ວ ໃນບົດຄວາມນີ້ກໍ່ຖືກມາຂຽນບົດຄວາມວິທີຕິດຕັ້ງແປ້ນພິມພາສາລາວໃຫ້ກັບ Mac OS X. ເຊື່ອວ່າຫຼາຍທ່ານອາດຈະຮູ້ວິທີການຕິດຕັ້ງແປ້ນພິມພາສາລາວໃນ Mac OS X ແລ້ວ, ແຕ່ກໍ່ເຊື່ອຍັງມີຫຼາຍຄົນທີ່ຍັງບໍ່ຮູ້ວິທີຕິດຕັ້ງ. ສະນັ້ນ, ເຮົາມາເລີ່ມກັນເລີຍ. 
ກ່ອນອື່ນໃຫ້ທ່ານເຂົ້າໄປດາວໂຫລດ Lao Keyboard ໄດ້ທີ່ http://www.souliyo.com/dl/SouliyoKey.zip (ແປ້ນພິມດັ່ງກ່າວໄດ້ມີການດັດແປງເລັກໜ້ອຍ ເພື່ອໃຫ້ມັນຄືກັນກັບແປ້ນພິມພາສາລາວໂຕອື່ນໆ). ຫຼັງຈາກດາວໂຫລດມາແລ້ວ ໃຫ້ທ່ານເຂົ້າໄປທີ່ບ່ອນທີ່ທ່ານເກັບໄຟລ໌ດັ່ງກ່າວ ເພື່ອແຕກໄຟລ໌ອອກມາ (ໃນກໍລະນີນີ້ ຂ້າພະເຈົ້າເກັບໄວ້ທີ່ໂຟນເດີ່ Downloads ) ແລະ ເມື່ອແຕກໄຟລ໌ອອກມາແລ້ວກໍ່ຈະເຫັນໂຟນເດີ່ເພີ່ມຂື້ນມາໃກ້ໆກັບໄຟລ໌ທີ່ໄດ້ດາວໂຫລດໄປຢ່າງໃນຮູບທາງລຸ່ມນີ້.
ຫລັງຈາກແຕກໄຟລ໌ອອກມາແລ້ວ ກໍ່ໃຫ້ທ່ານເຂົ້າໄປທີ່ໂຟນເດີ່ Yo_Keyboard ແລ້ວກໍ່ Copy ເອົາໄຟລ໌ທັງໝົດທີ່ຢູ່ທາງດ້ານໃນ. ຫຼັງຈາກນັ້ນໃຫ້ໄປທີ່ Drive ຫຼັກທີ່ເກັບລະບົບປະຕິບັດການໄວ້ ແລ້ວເຂົ້າໄປທີ່ Library > Keyboard Layouts. ຕົວຢ່າງ: Drive ຫຼັກຂອງ Mac ຂອງຂ້າພະເຈົ້າຊື່ວ່າ Macintosh HD ໂຟນເດີ່ດັ່ງກ່າວຈະຢູ່ທີ່ Macintosh HD > Library > Keyboard Layouts ແລະເມື່ອເຂົ້າມາຮອດແລ້ວ ກໍ່ໃຫ້ທ່ານ Paste ໄຟລ໌ທີ່ Copy ມາ ລົງໄປທີ່ໂຟນເດີ່ດັ່ງກ່າວ.
ຫຼັງຈາກທີ່ Copy ເອົາໄຟລ໌ໄປໄວ້ໃນໂຟນເດີ່ Keyboard Layouts ແລ້ວ, ຕໍ່ໄປກໍ່ເປັນຂັ້ນຕອນການເປີດໃຊ້ແປ້ນພິມພາສາລາວ. ໂດຍໃຫ້ທ່ານເຂົ້າໄປທີ່ຮູບ Apple ເພື່ອເຂົ້າໄປທີ່ System Preferences ຫຼັງຈາກນັ້ນກໍ່ໃຫ້ເລືອກທີ່ Keyboard ແລ້ວໃຫ້ເລືອກໄປທີ່ແທບ Input Sources. ຫຼັງຈາກນັ້ນກໍ່ກົດປຸ່ມ (+) ທີ່ດ້ານລຸ່ມຂອງລາຍການພາສາ. ຫຼັງຈາກນັ້ນທ່ານກໍ່ຈະເຫັນໜ້າຕາ Windows ແບບທາງລຸ່ມນີ້ ໃຫ້ທ່ານເລືອກເອົາ Others ແລ້ວທ່ານກໍ່ຈະເຫັນພາສາລາວອອກມາໃຫ້ເລືອກ. ພຽງເທົ່ານີ້ ກໍ່ເປັນອັນວ່າສຳເລັດການຕິດຕັ້ງພາສາລາວ Souliyo Key ແລ້ວ.
addkeyboard in setting
ພຽງເທົ່ານີ້ ກໍ່ເປັນອັນວ່າສຳເລັດການຕິດຕັ້ງແປ້ນພິມພາສາລາວແລ້ວ.

ไม่มีความคิดเห็น:

แสดงความคิดเห็น