วันอังคารที่ 30 สิงหาคม พ.ศ. 2559

ທ່ານຮູ້ບໍວ່າ F1 ແລະ F12 ໃຊ້ເຮັດຫຍັງແດ່

ທ່ານຮູ້ບໍວ່າ F1 ແລະ  F12 ໃຊ້ເຮັດຫຍັງແດ່
       
   ຫາກທ່ານສັງເກດທີ່ ຄີບອຣ໌ດ ຂອງທ່ານ ທ່ານກໍ   ຈະເຫັນ F1 ເຖິງ F12 ແລະ ເຊື່ອວ່າຫລາຍທ່ານບໍ່ຄ່ອຍໄດ້ໃຊ້ວຽກມັນພໍເທົ່າໃດ ຫຼື ບາງທ່ານອາດບໍ່ຮູ້ຈັກມັນເລີຍກໍມີ. ສະນັ້ນ,  ໃນມື້ນີ້ ເຮົາມາຊອກຮູ້ນໍາກັນວ່າ ຄີຟັງຊັນ ທີ່ກ່າວເຖິງນີ້ມັນຊ່ອຍຫຍັງ
ເຮົາແດ່ (ສໍາລັບທ່ານທີ່ຮູ້ແລ້ວກໍບໍ່ຈໍາເປັນອ່ານເນາະ).
    ຄີ ທີ່ກ່າວມານັ້ນ ສ່ວນໃຫຍ່ເພິ່ນເອີ້ນວ່າ “ຟັງຊັນຄີ” F1 ເຖິງF12ມັນອາດມີຄວາມຫລາກຫລາຍໃນການໃຊ້ວຽກທີ່    ແຕກ
ຕ່າງກັນ ຂຶ້ນກັບລະບົບປະຕິບັດການທີ່ຕິດຕັ້ງ ແລະ        ໂປຣແກຣມຊອຟຕ໌ແວຣ໌ ທີ່ເປີດຢູ່ ຊຶ່ງຈະປ່ຽນ  ວິທີການຂອງ  ແຕ່
ລະຄີເຫລົ່ານີ້.

….ພ້ອມກັນນີ້ ຍັງໂຮມທັງ ການໃຊ້ງານ “ຟັງຊັນຄີ” ຮ່ວມກັບຄີ ALT ຫຼືCTRL ເຊັ່ນຜູ້ນໍາໃຊ້ Microsoft Windows       ສາມາດ
ເນັ່ນຄີ ALT + F4   ເພື່ອມອດໂປຣມແກຣມທີ່ພວມໃຊ້ວຽກຢູ່.
ທາງລຸ່ມນີ້ ເປັນ ລາຍການບາງສ່ວນຂອງການເຮັດວຽກຂອງ ຄີຟັງຊັນ      ໃນຄອມພິວເຕີທີ່ໃຊ້ Microsoft Windows ແຕ່ຈະ
ບໍ່ແມ່ນທຸກໂປຣແກຣມ    ທີ່ຈະສະໜັບສະໜູນ       ຟັງຊັນຄີ.
                                          F1
ມັກຈະໃຊ້ເປັນຄີຊ່ອຍທຸກໂປຣແກຣມ ຈະເປີດໜ້າຈໍປ້ອນການຕັ້ງຄ່າ CMOS         Windows Key + F1 ຈະເປີດໂຕຊ່ອຍຂອງMicrosoft Windowsເປີດບານໜ້າຕ່າງງານ.

                                              F2
          ໃນ Windows ຈະໃຊ້ໃນການປ່ຽນຊື່ ໄອຄອນ ຫຼື ໄຟລ໌Alt + Ctrl + F2 ເປີດເອກະສານໃໝ່ໃນໂປຣແກຣມ    Microsoft Word     Ctrl + F2 ຈະສະແດງໜ້າຕ່າງໂຕຢ່າງກ່ອນ   ພິມໃນ
 Microsoft Wordເຂົ້າສູ່ການປ້ອນການຕັ້ງຄ່າ CMOS ຫຼື Bios
                                        F3
      ເປີດຄຸນລັກສະນະການຄົ້ນຫາໃນຫລາຍໆໂປຣແກຣມ ໂຮມ
ທັງ MicrosoftWindows    ໃນ MS-DOS ຫຼື           Windows 
ຂອງແຖວຄໍາສັ່ງ F3 ຈະເຮັດຊໍ້າຄໍາສັ່ງສຸດທ້າຍ        Shift + F3 
ຈະມີການປ່ຽນແປງຂໍ້ຄວາມໃນ Microsoft Word
                                         F4
        ເປີດພົບໜ້າຕ່າງ
                  ເຮັດຊໍ້າການກະທໍາຫລ້າສຸດ (Word 2000 ຂຶ້ນໄປ)
Alt + F4 ຈະມອດໂປຣແກຣມທີ່ໃຊ້ວຽກຢູ່ໃນ        Microsoft Windows   Ctrl + F4 ຈະມອດໜ້າຕ່າງທີ່ເປີດຢູ່ໃນໜ້າຕ່າງ
ທີ່ໃຊ້ວຽກໃນປັດຈຸບັນໃນ Microsoft Windows
                                          F5
     ໃນທຸກ ບຣາວເຊີອິນເຕີເນັດ F5 ຈະ ຣີເຟຣັດຊ໌ ຫຼື ໂຫລດໜ້າເວ໊ບຫຼືໜ້າຕ່າງເອກະສານ     ເປີດໜ້າຄົ້ນຫາ ແທນທີ່
 ແລະໄປທີ່ໜ້າຕ່າງໃນ Microsoft Word   ເລີ່ມ ສະໄລດ໌ໂຊວ໌
 ໃນ PowerPoint
                                           F6
    ຍ້າຍ ເຄີເຊີ ໄປທີ່ Address bar ໃນ Internet Explorer ແລະMozilla FirefoxCtrl + Shift + F6 ເປີດໄປຍັງເອກະສານ
ອື່ນໆໃນ Microsoft Word
                                       F7
     ປົກກະຕິຈະໃຊ້ເພື່ອກວດສອບການສະກົດ ແລະ ໄວຍາກອນ ກວດສອບເອກະສານໃນໂປຣແກຣມ Microsoft ເຊັ່ນ 
Microsoft Word,Outlook ແລະ ອື່ນໆ   Shift + F7 ເຮັດວຽກ
ກວດສອບໃນຄໍາທີ່ ໄຮໄລຕ໌ ປີດການໃຊ້ວຽກເລື່ອນໜ້າຕ່າງດ້ວຍດູມລູກສອນເທິງຄີບອຣ໌ດໃນMozilla Firefox
                                           F8
     ກະດານຟັງຊັນທີ່ໃຊ້ໃນການເຂົ້າສູ່ ເມນູເລີ່ມຕົ້ນ Windows, ນິຍົມໃຊ້ສໍາລັບເຂົ້າໄປເຖິງ Windows ແບບ Safe Mode
                                             F9
            ເປີດແຖບເຄື່ອງມືວັດແທກ ໃນ Quark 5.0
                                              F10
ໃນ Microsoft Windows ເປີດໃຊ້ວຽກແຖບເມນູຂອງໂປຣແກຣມທີ່ເປີດຢູ່         Shift + F10 ເປັນເຊັ່ນດຽວກັບການ
ຄລິກຂວາເທິງໄອຄອນທີ່ໄຮໄລຕ໌ໄຟລ໌           ຫຼື ການເຊື່ອມ
ຕໍ່ອິນເຕີເນັດການເຂົ້າເຖິງ ການກູ້ຄືນ ພາຣ໌ທີຊັນ ທີ່ເຊື່ອງຢູ່ຂອງ HP ແລະ Sonyຄອມພິວເຕີປ້ອນການຕັ້ງຄ່າ CMOS
                                            F11
ໂມດເຕັມໜ້າຈໍໃນ ບຣາວເຊີອິນເຕີເນັດCTRL + F11 ການ
ເຂົ້າເຖິງ ການກູ້ຄືນ ພາຣ໌ທີຊັນ ທີ່ເຊື່ອງຢູ່ໃນຄອມພິວເຕີຂອງ
 Dell   ການເຂົ້າເຖິງ ການກູ້ຄືນ ພາຣ໌ທີຊັນ ທີ່ເຊື່ອງຢູ່ເທິງ eMachines, Gateway,ແລະ ຄອມພິວເຕີ     Lenovo
                                          F12
                ເປີດໜ້າທີ່ໄດ້ທໍາການບັນທຶກໃນ Microsoft Word
SHIFT + F12 ບັນທຶກເອກະສານ                Microsoft Word
Ctrl + Shift + F12 ພິມເອກະສານໃນ Microsoft Word,
ຄວາມຮ້ອນຈະເຮັດໃຫ້ຄອມພິວເຕີ ມີອາຍຸສັ້ນ
            ຄອມພິວເຕີຂອງທ່ານເຄີຍມີການ restart ເອງໂດຍອັດຕະໂນມັດຫຼືບໍ່ ?ສາເຫດໜຶ່ງທີ່ອາດ          ຈະເຮັດໃຫ້ຄອມພິວເຕີ restart ເຄື່ອງເອງແມ່ນ ມາຈາກຄອມພິວເຕີມີຄວາມຮ້ອນສູງເກີນໄປ ( ເຫດຜົນອີກປະການໜຶ່ງ     ອາດຈະມາຈາກໄວຣັສ ) ຊຶ່ງໂດຍປົກກະຕິແລ້ວໃນ BIOS        ຈະມີການກໍານົດລະດັບຂອງຄວາມຮ້ອນໄວ້ວ່າ ຖ້າຫາກຄວາມຮ້ອນ   ສູງເກີນທີ່ກໍານົດໄວ້ ມັນອາດຈະສັ່ງໃຫ້ Restart ເຄື່ອງໃໝ່ໄດ້ ສະນັ້ນເຮົາມາລອງຮຽນຮູ້ກ່ຽວກັບວິທີການຫລຸດຜ່ອນຄວາມຮ້ອນຂອງຄອມພິວເຕີກັນດີກວ່າ
                            ພາບປະກອບ
ວິທີການແກ້ໄຂບັນຫາຄອມພິວເຕີທີ່ມີຄວາມຮ້ອນສູງເກີນກວ່າປົກກະຕິ
• ສະຖານທີ່ຕິດຕັ້ງ
           ການຕິດຕັ້ງ ແລະ ການນໍາໃຊ້ຄອມພິວເຕີໃນຫ້ອງທີ່ມີອຸນຫະພູມທີ່ເໝາະສົມ
ບໍ່ຮ້ອນເກີນໄປ ຖ້າຊິໃຫ້ດີ ຄວນນໍາໃຊ້ໃນຫ້ອງທີ່ມີເຄື່ອງປັບອາກາດ ຫຼືສະຖານ
ທີ່ໆມີລົມລ່ວງດີ.
• ຕໍາແໜ່ງທີ່ເຫມາະສົມ
ຫ້າມບໍ່ໃຫ້ຕິດຕັ້ງຄອມພິວເຕີໃກ້ໆ ຫຼື ຕິດຝາ ຫຼື ຫ້ອງທີ່ອາກາດບໍ່ລ່ວງ.
ພາບປະກອບ
• ການບຳລຸງຮັກສາ
ໃນເມື່ອມີການນຳໃຊ້ຄອມພິວເຕີໄປໄດ້ໄລຍະເວລາໜຶ່ງ ໂດຍສະເພາະກັບ
    ຄອມພິວເຕີແບບຕັ້ງໂຕະ ຫຼື desktop ຂີ່ຝຸ່ນທີ່ເປັນໂຕການເຮັດຄອມພິວເຕີຮ້ອນຜິດປົກກະຕິ ຈະເຂົ້າໄປຕິດພາຍໃນ
ຄອມພີວເຕີເຮັດໃຫ້ເກີດອຸນຫະພູມທີ່ສູງຂຶ້ນ ແລະ ເປັສາເຫດ
ຂອງບັນຫາຄວາມຮ້ອນໄດ້ ການແກ້ໄຂບັນຫາ         ຄວນເຮັດ
ອະນາໄມໂດຍການໃຊ້ເຄື່ອງເປົ່າເພື່ອເປົ່າຂີ້ຝຸ່ນອອກ.
• ລະບາຍຄວາມຮ້ອນໃນໂຕເຄື່ອງຄອມພິວເຕີ
ການຕິດຕັ້ງພັດລົມພາຍໃນເຄື່ອງຄອມພິວເຕີ ຫຼື Case ກໍເປັນອີກວິທີໜຶ່ງທີ່ຊ່ວຍໃນການລະບາຍຄວາມຮ້ອນໃຫ້ກັບຄອມ
ພິວເຕີຂອງທ່ານໄດ້.
                                      ພາບປະກອບ
ພຽງແຕ່ເທົ່ານີ້ ກໍສາມາດຊ່ວຍຫລຸດຜ່ອນຄວາມຮ້ອນຂອງຄອມພິວເຕີທ່ານໄດ້ຫລາຍຂື້ນກວ່າເກົ່າແລ້ວ.
หน้าเว็บย่อย (2): ໂປຣແກມ COMPUTER ວິທີລົງ WINDOWS 10

ไม่มีความคิดเห็น:

แสดงความคิดเห็น